ປ້າຍໂຄສະນາຫົວ

ຂ່າວ

ຈີນສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ຫຼາຍກວ່າ 600 ລ້ານໂດສໃຫ້ບັນດາປະເທດທົ່ວໂລກ

ທີ່ມາ: Xinhua| 2021-07-23 22:04:41|ບັນນາທິການ: huaxia

 

ປັກກິ່ງ, 23 ກໍລະກົດ (ຊິນຫົວ) — ເຈົ້າໜ້າທີ່ກະຊວງພານິດຈີນກ່າວວ່າ ຈີນໄດ້ສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ຫຼາຍກວ່າ 600 ລ້ານໂດສໃຫ້ແກ່ທົ່ວໂລກ ເພື່ອສະໜັບສະໜູນການຕໍ່ສູ້ກັບພະຍາດໂຄວິດ-19 ໃນທົ່ວໂລກ.

 

ທ່ານ ຫຼີ ຊິງຊຽນ ເຈົ້າໜ້າທີ່ກະຊວງພານິດ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ປະຈຸບັນຈີນໄດ້ສະໜອງຜ້າອັດປາກ-ດັງຫຼາຍກວ່າ 300 ຕື້ອັນ, ຊຸດປ້ອງກັນ 3.7 ຕື້ຊຸດ ແລະ ຊຸດກວດຫາເຊື້ອ 4.8 ຕື້ຊຸດ ໃຫ້ແກ່ຫຼາຍກວ່າ 200 ປະເທດ ແລະ ພາກພື້ນ.

 

ທ່ານ ຫຼີ່ ກ່າວວ່າ ເຖິງວ່າຈະມີການລົບກວນຈາກພະຍາດໂຄວິດ-19, ແຕ່ຈີນໄດ້ປັບຕົວຢ່າງວ່ອງໄວ ແລະ ເຄື່ອນໄຫວຢ່າງວ່ອງໄວເພື່ອສະໜອງອຸປະກອນການແພດ ແລະ ຜະລິດຕະພັນອື່ນໆໃຫ້ແກ່ໂລກ, ເຊິ່ງປະກອບສ່ວນເຂົ້າໃນຄວາມພະຍາຍາມຕ້ານການລະບາດທົ່ວໂລກ.

 

ທ່ານ ຫຼີ່ ກ່າວວ່າ ເພື່ອຮັບໃຊ້ຄວາມຕ້ອງການດ້ານວຽກງານ ແລະ ຊີວິດການເປັນຢູ່ຂອງປະຊາຊົນທົ່ວໂລກ, ບໍລິສັດການຄ້າຕ່າງປະເທດຂອງຈີນຍັງໄດ້ລະດົມຊັບພະຍາກອນການຜະລິດຂອງເຂົາເຈົ້າ ແລະ ສົ່ງອອກສິນຄ້າອຸປະໂພກບໍລິໂພກທີ່ມີຄຸນນະພາບເປັນຈຳນວນຫຼວງຫຼາຍ.


ເວລາໂພສ: 26 ກໍລະກົດ 2021